Wednesday, 4 June 2014

ກິດຈະກໍາຂອງ GGG ຢູ່ມະຫາວິທະຍາໄລແຫ່ງຊາດລາວ

ໃນເດືອນມິຖຸນາ 4 ຢູ່ມະຫາວິທະຍາໄລແຫ່ງຊາດລາວ













Thursday, 15 May 2014

sock ນ້ໍາ

ສູນການຮຽນຂອງພວກເຮົາ ໃນປັດຈຸບັນ, ມີການຕິດຕັ້ງຂອງ Sock ນ້ໍາ. ໂດຍການປະສານງານການຮ່ວມມືຂອງປະເທດໄທ Somchai A. Kasem ໄດ້ຮັບຮອງເອົາວິທີການນີ້ໄດ້ຖືກນໍາໃຊ້ໃນສະຖານທີ່ຂອງພວກເຮົາ. ແລະຈະເລີ່ມຕົ້ນກະທູ້ໃຫມ່ໃນໄວໆນີ້.

ເຂົ້າສູ່ລະບົບທໍ່ຂອງ Sock ນ້ໍາ.

sock ນ້ໍາ

ຈາກທໍ່ນ້ໍາອັນເຮັດໃຫ້ມີຈຸດຫມາຍປາຍທາງໄດ້.

ການກໍ່ສ້າງເຂື່ອນເພື່ອອະນຸຍາດໃຫ້ລະດັບນ້ໍາ.

A. Kasem Somchai, ຜູ້ທີ່ອອກແບບນ້ໍາ socks ເປັນ.

ໃນເວລານ້ໍາໄດ້ເຕີມລົງໄປເຖິງເຂື່ອນ

ລະດັບນ້ໍາບູລິມະສິດສູງຂຶ້ນ.

ເຮັດຢູ່ໃນສວນເທິງເປັນ.

ນ້ໍາໄຫລອອກໂດຍບໍ່ມີການນໍາໃຊ້ໄຟຟ້າໄດ້.

ດັ່ງນັ້ນການປະຢັດພະລັງງານທັງສອງ ແລະການຊ່ວຍເຫຼືອທີ່ມີນ້ໍາໃນທຸກເວລາ. ຈາກແຫຼ່ງທໍາມະຊາດ

ແນະນໍາໃຫ້ GGG

GGG ​ເປັນທັງ​ຜູ້​ໃຫ້ຄຳ​ປຶກສາ​ຫາ, ​ເປັນ​ສະ​ເຫມືອນ​ເພື່ອນ, ​ເປັນ​ຜູ້​ໃຫ້​ບໍລິການ ​ແລະ ຄ່ອຍ​ເບິ່ງ​ແຍງ​ ຊ່ວຍ​ເຫລືອ ​ເພື່ອບໍ່​ໃຫ້​ເກີດ​ມີ​ບັນຫາ, ຈັດ​ຫາ​ສິນຄ້າ ​ແລະ ບໍລິການ​ທີ່​ດີ ດ້ວຍ​ຜະລິດ​ຕະພັນ ທີ່​ມີ​ຄຸນ​ນະພາບສູງ ​ແລະ ​ໃຫ້ຄຳ​ແນະນຳ ຈາກ​ທີ​ມງານ​​ມື​ອາຊີບ ດ້ວຍ ​ນະ​ໂຍບາຍ ທີ່​ຈະ​ຄອຍ​ເບິ່ງ​ແຍງ ຈຳກັດ​ມົນ​ລະ​ພິດ​ທາງ​ນ້ຳ ທັງ​ພາຍ​ໃນ​ບ້ານ, ອາຄານ​ພັກ​ອາ​ໃສ, ຫນ່ວຍ​ງານ​ລັດ, ວິ​ສາ​ຫະກິດ, ອົງ​ກອນ​ເອກະ​ຊົນ,   ຟາ​ມ ລ້ຽງສັດ, ຫນອງ​ປາ ຕະຫລອດ​ຮອດ​ໂຮງງານ ອຸດສາຫະກຳ ທີ່​ກຳລັງ​ດຳ​ເນີນ​ການ ຫລື ຈະ​ສ້າງຂຶ້ນ​ໃຫມ່.

GGG   ​ຍືດຫລັກການ ​ໃນ​ການ​ໃຫ້​ບໍລິການ ​ໂດຍ​ນະ​ໂຍບາຍ ​ເປັນ​ຜູ້​ໃຫ້​  ຄຳ​ແນະນຳ​ທີ່​ດີ, ສ້າງ​ຄວາມເຊື່ອ​ຫນັ້ນ, ​ເປັນ​ຜູ້​ຊ່ວຍ​ ແກ້​ໄຂ​ບັນຫາ​ຢ່າງ​ ຮີບ​ດ່ວນ ​ໃນ​ໄລຍະ​ເວລາ​ອັນ​ສັ້ນ ​ແລະ ​ເປັນ​ຜູ້​ຊ່ວຍ​ປ້ອງ​ກັນ  ບໍ່​ໃຫ້​ເກີດ​ບັນຫາ ​ໃນ​ໄລຍະ​ຍາວ.

GGG ມີ​ຊື່​ເຕັມ​ວ່າ ບໍລິສັດ​ສິ່ງ​ແວດ​ລ້ອມ​ສາກົນ ຈຳກັດ (Go Green Group Co., Ltd.) ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2012 ​ພາຍ​ໃຕ້​ການ​ຈົດ​ທະບຽນ ວິ​ສາ​ຫະກິດ ​ເລກທີ 2289/ຫຈທ ໂດຍ​ມີ​ຈຸດປະສົງ​ຕົ້ນຕໍ ຄື​:
  1. ດຳ​ເນີນ​ການ​ປະ​ເມີນ​ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ
  2. ອອກ​ແບບ ​ແລະ ຕິດ​ຕັ້ງ​ລະບົບ​ບຳບັດ​ນ້ຳ​ເປື້ອນ ​ແລະ ກຳຈັດສິ່ງ​ເສດ​ເຫລືອ
  3. ວິ​ໄຈ​ນ້ຳ ​ແລະ ອາກາດ
  4. ດຳ​ເນີນ​ການ​ຝຶກ​ອົບຮົມດ້ານ​ສິ່ງ​ແວດ​ລ້ອມ, ການ​ກຳຈັດ​ນ້ຳ​ເປື້ອນ, ສິ່ງ​ເສດ​ເຫລືອ ​ແລະ ການ​ກະ​ເສດ.
  5. ຈຳຫນ່າຍ​ຫົວ​ເຊື້ອຈຸລິນ​ຊີ ຊີວະ​ພາບ, ຜະລິດ​ນ້ຳ​ຢາ​ທຳ​ຄວາມ​ສະອາດ ຊີວະ​ພາບ ​ແລະ ປຸຍ​ຊີວະ​ພາບ.

ການ ​ດຳ​ເນີນ​ການ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ, ບັນຫາ​ນ້ຳ​ເປື້ອນ, ສິ່ງ​ເສດ​ເຫລືອ ​ໂດຍການ​ນຳ​ໃຊ້ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ອະນາຄົດ ທີ່​ເອີ້ນ​ກັນ​ວ່າ ນາ​ໂນ​ເທັກ​ໂນ​ໂລ​ຊີ ມາ​ປະສົມ​ປະສານ ກັບ​ເທັກ​ໂນ​ໂລ​ຊີ​ຊີວະ​ພາບ ຈົນ​ເກີດ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ມີ​ປະສິດທິພາບ​ສູງ ມາ​ນຳ​ໃຊ້ໃນ​ການ​ຈັດການ, ​ແກ້​ໄຂ​ບັນຫາ​ນ້ຳ​ເປື້ອນ ທີ່ມີ​ຕະກອນ ​ແລະ ມີ​ໄຂມັນ ​ເຮັດ​ໃຫ້ມີ​ກິ່ນເໜັນ.

ຫ້ອງການ​ ບໍລິຫານ​ຂອງບໍລິສັດ GGG  ຕັ້ງ​ຢູ່​ບ້ານ​ຫນອງ​ດ້ວງ​ໃຕ້, ​ເມືອງ​ສີ​ໂຄດ​ຕະບອງ, ນະຄອນ ຫລວງ​ວຽງ​ຈັນ.

ຕະຫຼາດທີ່ຢູ່ໃກ້ຄຽງ