ພາ​ລະ​ກິດ

  1. ປະ​ເມີນ​ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ທີ່​ມີ​ຄຸນ​ນະພາ​ບ ​ໂດຍ​ສອດຄ່ອງ​ກັບ​ ລະບຽບ​ການ ​ແລະ ມາດຕະຖານ ຂອງ​ປະ​ເທດ ​ແລະ ສາກົນ.
  2. ນຳ​ໃຊ້ ຜະລິດ​ຕະພັນ ນາ​ໂນ​ຊີວະ​ພາບ ພ້ອມ​ລະ​ບົບ ການ​ຈັດການ​ນ້ຳ​ເປື້ອນ ຄົບ​ວົງ​ຈອນ ​ໃຫ້​ສອດຄ່ອງ ກັບ​ຄວາມ​ຕ້ອງການ ຂອງ​ຕະຫລາດ ​ໃນ​ການ​ແກ້​ໄຂ​ບັນຫາ​ ມົນ​ລະ​ພິດ​ທາງ​ນ້ຳ.
  3. ບໍາບັດ​ນ້ຳ​ເປື້ອນ ທັງ​ລະບົບຕັ້ງ​ແຕ່​ຕົ້ນ​ທາງ​ ດ້ວຍ​ການ​ໃຊ້​ ວັດຕະ​ກຳ​ ທຳ​ມະ​ຊາດ, ບໍ່​ໃຊ້​ສານ​ເຄມີ ​ແລະ ບໍ່​ທຳລາຍ​ສິ່ງ​ແວດ​ລ້ອມ.
  4. ຮ່ວມ​ສ້າງ​ພະລັງ​ຂັບ​ເຄື່ອນ ​ໃນ​ການ​ແກ້​ຕົ້ນ​ເຫດ​ນ້ຳ​ເປື້ອນ, ຫລຸດ​ພາວະ​ໂລກ​ຮ້ອນ ​ແລະ ສ້າງ​ຈິດ​ສຳນຶກ ດ້ານ​ການ​ອະນຸລັກ​ ສິ່ງ​ແວດ​ລ້ອມ ​ແບບ​ຍືນ​ຍົງ.

GGG ​ເປັນທັງ​ຜູ້​ໃຫ້ຄຳ​ປຶກສາ​ຫາ, ​ເປັນ​ສະ​ເຫມືອນ​ເພື່ອນ, ​ເປັນ​ຜູ້​ໃຫ້​ບໍລິການ ​ແລະ ຄ່ອຍ​ເບິ່ງ​ແຍງ​ ຊ່ວຍ​ເຫລືອ ​ເພື່ອບໍ່​ໃຫ້​ເກີດ​ມີ​ບັນຫາ, ຈັດ​ຫາ​ສິນຄ້າ ​ແລະ ບໍລິການ​ທີ່​ດີ ດ້ວຍ​ຜະລິດ​ຕະພັນ ທີ່​ມີ​ຄຸນ​ນະພາບສູງ ​ແລະ ​ໃຫ້ຄຳ​ແນະນຳ ຈາກ​ທີ​ມງານ​​ມື​ອາຊີບ ດ້ວຍ ​ນະ​ໂຍບາຍ ທີ່​ຈະ​ຄອຍ​ເບິ່ງ​ແຍງ ຈຳກັດ​ມົນ​ລະ​ພິດ​ທາງ​ນ້ຳ ທັງ​ພາຍ​ໃນ​ບ້ານ, ອາຄານ​ພັກ​ອາ​ໃສ, ຫນ່ວຍ​ງານ​ລັດ, ວິ​ສາ​ຫະກິດ, ອົງ​ກອນ​ເອກະ​ຊົນ,   ຟາ​ມ ລ້ຽງສັດ, ຫນອງ​ປາ ຕະຫລອດ​ຮອດ​ໂຮງງານ ອຸດສາຫະກຳ ທີ່​ກຳລັງ​ດຳ​ເນີນ​ການ ຫລື ຈະ​ສ້າງ   ຂຶ້ນ​ໃຫມ່.

GGG   ​ຍືດຫລັກການ ​ໃນ​ການ​ໃຫ້​ບໍລິການ ​ໂດຍ​ນະ​ໂຍບາຍ ​ເປັນ​ຜູ້​ໃຫ້​  ຄຳ​ແນະນຳ​ທີ່​ດີ, ສ້າງ​ຄວາມເຊື່ອ​ຫນັ້ນ, ​ເປັນ​ຜູ້​ຊ່ວຍ​ ແກ້​ໄຂ​ບັນຫາ​ຢ່າງ​  ຮີບ​ດ່ວນ ​ໃນ​ໄລຍະ​ເວລາ​ອັນ​ສັ້ນ ​ແລະ ​ເປັນ​ຜູ້​ຊ່ວຍ​ປ້ອງ​ກັນ  ບໍ່​ໃຫ້​ເກີດ​ບັນຫາ ​ໃນ​ໄລຍະ​ຍາວ.

GGG ມີ​ຊື່​ເຕັມ​ວ່າ ບໍລິສັດ​ສິ່ງ​ແວດ​ລ້ອມ​ສາກົນ ຈຳກັດ (Go Green Group Co., Ltd.) ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2012 ​ພາຍ​ໃຕ້​ການ​ຈົດ​ ທະບຽນ ວິ​ສາ​ຫະກິດ ​ເລກທີ 2289/ຫຈທ ໂດຍ​ມີ​ຈຸດປະສົງ​ຕົ້ນຕໍ ຄື​:
  1. ດຳ​ເນີນ​ການ​ປະ​ເມີນ​ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ
  2. ອອກ​ແບບ ​ແລະ ຕິດ​ຕັ້ງ​ລະບົບ​ບຳບັດ​ນ້ຳ​ເປື້ອນ ​ແລະ ກຳຈັດສິ່ງ​ເສດ​ເຫລືອ
  3. ວິ​ໄຈ​ນ້ຳ ​ແລະ ອາກາດ
  4. ດຳ​ເນີນ​ການ​ຝຶກ​ອົບຮົມດ້ານ​ສິ່ງ​ແວດ​ລ້ອມ, ການ​ກຳຈັດ​ນ້ຳ​ເປື້ອນ, ສິ່ງ​ເສດ​ເຫລືອ ​ແລະ ການ​ກະ​ເສດ.
  5. ຈຳຫນ່າຍ​ຫົວ​ເຊື້ອຈຸລິນ​ຊີ ຊີວະ​ພາບ, ຜະລິດ​ນ້ຳ​ຢາ​ທຳ​ຄວາມ​ສະອາດ ຊີວະ​ພາບ ​ແລະ ປຸຍ​ຊີວະ​ພາບ.

ການ​ດຳ​ເນີນ​ການ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ, ບັນຫາ​ນ້ຳ​ເປື້ອນ, ສິ່ງ​ເສດ​ເຫລືອ ​ໂດຍການ​ນຳ​ໃຊ້ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ອະນາຄົດ ທີ່​ເອີ້ນ​ກັນ​ວ່າ ນາ​ໂນ​ເທັກ​ໂນ​ໂລ​ຊີ ມາ​ປະສົມ​ປະສານ ກັບ​ເທັກ​ໂນ​ໂລ​ຊີ​ຊີວະ​ພາບ ຈົນ​ເກີດ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ມີ​ປະສິດທິພາບ​ສູງ ມາ​ນຳ​ໃຊ້ໃນ​ການ​ຈັດການ, ​ແກ້​ໄຂ​ບັນຫາ​ນ້ຳ​ເປື້ອນ ທີ່ມີ​ຕະກອນ ​ແລະ ມີ​ໄຂມັນ ​ເຮັດ​ໃຫ້ມີ​ກິ່ນເໜັນ.

ຫ້ອງການ​ ບໍລິຫານ​ຂອງບໍລິສັດ GGG  ຕັ້ງ​ຢູ່​ບ້ານ​ຫນອງ​ດ້ວງ​ໃຕ້, ​ເມືອງ​ສີ​ໂຄດ​ຕະບອງ, ນະຄອນ ຫລວງ​ວຽງ​ຈັນ.

ນອກຈາກ​ນັ້ນ GGG ​ໄດ້​ສ້າງ​ສູນ​ທົດ​ລອງ​ຕົວ​ຈິງ ຕັ້ງ​ຢູ່​ບ້ານ ນາ​ຍາງ, ​ເມືອງ​ນາ​ຊາຍ​ທອງ, ນະຄອນຫລວງ​ວຽງ​ຈັນ. GGG ​ເປັນບໍລິສັດ​   ​ໃນເຄືອຂ່າ​ຍ ກັບ ​ບໍລິສັດ Best Care International (Thailand) ຊຶ່ງ​ເປັນ​ບໍລິສັດ ທີ່​ເຮັດ​ຫນ້າ​ທີ່​ການ​ບໍລິການ​ຄື​ກັນ ທີ່​ມີ​ປະສົບ​ການ 10 ປີ ​ແລະ ມີ​ທີ​ມງານ​ວິຊາ​ການ, ມີ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໃໝ, ມີ​ເຄື່ອງ​ມີ​ອຸປະກອນ ທີ່​ແຂງ​ແຮງ ​ແລະ ໄດ້ຮັບຮອງ​ໂດຍ​ອົງ​ກອນ​ທີ່​ກ່ຽວຂ້ອງ ຂອງ​ລັດຖະບານ​ໄທ.

ໃນ​ວຽກ​ງານ ການ​ປະ​ເມີນ​ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ໃນ​ໄລຍະ​ຜ່ານ​ມາ, ບໍລິສັດ​ ມີ​ປະສົບ​ການ ​ໃນ​ຂະ​ແຫນງ​ການ​ຕ່າງໆ ​ເປັນ​ຕົ້ນ ຂະ​ແຫນງ​ການ​ພະ​ລັງງານ ​ແລະ ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ອຸດສາຫະກຳ ​ ແລະ  ບໍ່​ແຮ່,  ກະສິກຳ  ​ແລະ  ປ່າ​ໄມ້ - ທ່ອງ​ທ່ຽວ ​ແລະ ຂະ​ແຫ​ນງການພື້ນຖານ​ໂຄງ​ລ່າງ ລວມທັງ​ກິດຈະກຳ​ທີ່​ພັດທະນາ ໃນ​ເຂດ​ອຸດສາຫະກຳ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ/ ສະ​ເພາະ.

ໃນ​ໄລຍະ​ການ​ກໍ່ສ້າງ​ໂຄງການ ​ແລະ ດຳ​ເນີນ​ງານ, GGG ຍັງ​​ໃຫ້ບໍລິການ ການ​​ແກ້​ໄຂ​ບັນຫາ​ສິ່ງ​​ແວດ​ລ້ອມ ​ເປັນ​ຕົ້ນ ນ້ຳ​ເປື້ອນ, ສິ່ງ​ເສດ​ເຫລືອ ທີ່​ເກີດ​ຈາກ​ການ​ດຳ​ເນີນ​ໂຄງການ. ນອກຈາກ​ນັ້ນ ຍັງ​ບໍລິການ ສ້າງ​ບົດ​ລາຍ​ງານ ການ​ຕິດຕາມ​ກວດກາ ​ໃຫ້​ເຈົ້າ​ຂອງ​ໂຄງການ.



No comments:

Post a Comment