ຜະລິດ​ຕະພັນ

1. Bezt DM
ເປັນສານ​ຊີວະ​ພາບ ທີ່​ໃຊ້​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ ​ໃນ​ການ ​ຜະລິດເຮັດ​ໃຫ້​ໄດ້​ຈຸລິນ​ຊີ ຄັດ​ສາຍ​ພັນ ທີ່​ ໃຫ້​ປະ​ໂຫຍ​ດສູງ​ສຸດສຳລັບ​ພືດ ​ແລະ ນຳ​ໄປ​ໝັກ (ບົ່ມ)  ​ໂດ​ຍບໍ່​ໃຊ້ ກາກ​ນ້ຳຕານ ​ເຮັດ​ໃຫ້​ນ້ຳ​ໝັກ  ບໍ່​ມີ​ກິ່ນ​  ເໝັນ, ​ໄດ້​ນ້ຳ​ໝັກ​ສີຂາວ ຫລື ສີ​ຕາມ​ວັດຖຸ​ດິບ ທີ່​ໝັກ,   ນຳ​ໄປ​ໃຊ້​ປະ​ໂຫຍ​ດຕໍ່​ພຶດຕ່າງໆ, ພືດ​ຜັກ​ກິນ​ໃບ, ໝາກ​ໄມ້​ກິນ​ໝາກ, ດອກ​ໄມ້, ໄມ້​ປະດັບ, ປັບປຸງ​ດິນ ແລະ ນຳ​ໄປ​ໃຊ້ປະ​ໂຫຍ​ດດ້ານ​ສິ່ງ​ແວດ​ລ້ອມ ​ເຊັ່ນ​ກຳຈັດ​ ກິ່ນ​ເໝັນ,  ບຳບັດ​ແຫ​ລ່ງນ້ຳ​ເປື້ອນ,  ຊ່ວຍ​ຍ່ອຍ​ສະຫລາຍຕະກອນ, ອິນ​ຊີ​ວັດຖຸ, ປອດ​ໄພ​ ຕໍ່​ຄົນ ​ແລະ ສັດ ​ແລະ ສິ່ງ​ແວດ​ລ້ອມ.

2. ຜະລິດ​ຕະພັນ B-Green
ເປັນຜະລິດ​ຕະພັນ ບຳບັດ ນ້ຳ​ເປື້ອນ, ຈຳກັດ​ກິ່ນ​ເໝັນ ​ແລະ ຄວບ​  ຄຸມໜອນ​ນ້ຳ (ຍຸງ) ​ແລະ ​ແມງວັນ.

3. Biogrease ເປັນຜະລິດ​ຕະພັນ
ນະ​ວັດຕະ​ກຳ ​ເຕັກ​ໂນ​ໂລ​ຊີ ຊີວະ​ພາບ (ຈຸລິນ​ຊີ​ຄັດ​ສາຍ​ພັນ) ປະສົມ​ປະສານ​ ກັບນາ​ໂນ​ເຕັກ​ໂນ​ໂລ​ຊີ (ສານ​ເລັ່ງປະຕິກິລິຍາ-​ເອັມຊາຍ​ຍ່ອຍ​ໄຂມັນ) ​ເພື່ອ​ໃຊ້​ໃນ​ການ​ກຳຈັດ​ກິ່ນ​ເໝັນ, ກຳຈັດ​ໄຂ
ມັນ, ປ້ອງ​ກັນ ​ແລະ ​ແກ້​ໄຂ ທໍ່​ລະບາຍ​ນ້ຳອຸດ​ຕັນ ລວມທັງ​ການ​
ບຳບັດ​ ນ້ຳ​ເປື້ອນ ທັງ​ໃນ​ລະບົບ​ບຳບັດ ​ແບບ​ມີ​ອາກາດ ​ແລະ ບໍ່​ມີ​ອາກາດ ​ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຄືນ​ຄວາມ​   ສົມ​ດູ​ນ ​ໃຫ້​ແຫ​ລ່ງນ້ຳ ​ໂດຍ​ບໍ່​ຕ້ອງ​ໃຊ້​ສານ​ເຄມີ.

4. BT-CIDE
ເປັນຈຸລິນ​ຊີ​ຈຳກັດ​ໜອນ​ນ້ຳ​ຍຸງ​ລາຍ ສຳລັບ​ໃຊ້​ກັບ​ນ້ຳ​ດື່ມ ​ແລະ ນ້ຳ​ໃຊ້​ພາຍ​ໃນ​ບ້ານ. ​ເປັນຜະລິດ​ຕະພັນ​ທຳ​ມະ​ຊາດ ກຳຈັດ​ສະ​ເພາະ​ເຈາະ​ຈົງ  

ຕໍ່​ໜອນ​ນ້ຳ​ຍຸງ​ລາຍ​ເທົ່າ​ນັ້ນ, ປອດ​ໄພ​ຕໍ່​ຄົນ ແລະ ສັດລ້ຽງ ​ແລະສິ່ງ​ແວດ​ລ້ອມ, ບໍ່​ມີ​ສານ​ເຄມີ​ຕົກ​ຄ້າງ, ​ເມື່ອ​ໃສ່​ໃນ​ນ້ຳ ນ້ຳ​ບໍ່​ຂຸ້ນ, ບໍ່​ມີ​   ກິ່ນ​ເໝັນ, ສາມາດ​ນຳ​ໄປ​ໃຊ້ ​ໃນ​ການ​ອຸປະ​​ໂພກ ​ແລະ ບໍລິ​ ໂພ​ກ ໄດ້​ທັນທີ


No comments:

Post a Comment