ວິ​ໃສ​ທັດ​

ເຮັດ​ໃຫ້ການ​ພັດທະນາຂອງໂຄງ​ການ​ລົງທຶນ ມີ​ຄວາມ​ຍືນ​ຍົງ ​ໂດຍຜ່ານ​ ຂະ​ບວນການ​ປະ​ເມີນ​ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມທີ່​ມີ​ວິທະຍາສາດ, ວິຊາ​ການ ພ້ອມ​ທັງ ສະ​ເຫ​ນີ ມາດ​ຕະການ ​ຫລຸດຜ່ອນ​ແກ້​ໄຂ ຜົນ​ກະທົບ ຕໍ່​ສິ່ງ​ແວດ​ລ້ອມ-ສັງຄົມ ແລະ ສ້າງ​ແຜນການຄຸ້ມ​ຄອງ​ ​ແລະ ຕິດຕາມ​ກວດກາ   ສິ່ງ​ແວດ​ລ້ອມທີ່​ຮັດກຸມ. ນອກຈາກ​ນັ້ນ,  ຍັງ​ເປັນຜູ້ລິ​ເລີ້ມທຳ​ອິດ ນຳ​ເອົາວັດຕະ​ກຳ “ນາ​ໂນ ຊີວະ​ພາບ”  ຮ່ວມ​ກັບ​ “ລະບົບການຈັດ​ຮູບ​​ແບບ​​ໃຫມ່ ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ” ​​ເພື່ອ​ທີ່​ຈະ​ໃຊ້​ແກ້​ໄຂ​ບັນຫາ​ນ້ຳ​ເປື້ອນ   ຢ່າງ​ຍືນ​ຍົງ.

ໃນ​ດ້ານ​ສັງຄົມ, GGG ມີ​ຄວາມ​ມຸ້ງ​ຫວັງ ສ້າງ​ຊຸມ​ຊົນ​ ໃຫ້​ເຂັ້ມ​ແຂງ ​ໃນ​ດ້ານ​ເສດຖະກິດ ​ໂດຍ​ສ້າງ​ຄວາມ​ສາມາດໃນ​ການ​ເພີ້​ມລາຍ​ໄດ້ ທາງ​ດ້ານ​ການ​ກະ​ເສດ, ອະນຸລັກ​ສິ່ງ​ແວດ​ລ້ອມ  ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ກິດຈະກຳດັ່ງກ່າວ​ໄດ້​.